ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄປທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ ຢູ່ ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ.
ໃນລະຫວ່າງ ວັນທີ 17-22 ກຸມພາ 2020 ທີ່ຜ່ານມານີ້ ທາງຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ພຊສ ແຂວງຊຽງຂວາງ ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ ຢູ່ ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ເຊິ່ງນຳພາໂດຍ ທ່ານ ສີວອນ ບຸດດາຈັນ, ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີການເຄື່ອນໄຫວຄື:
Read more: ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄປທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບ...
ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລົງຊຸກຍູ້ວຽກງານໃຫ້ ພຊສ ແຂວງຊຽງຂວາງ
ວັນທີ 12 ກຸມພາ 2020 ນີ້ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມ ປຶກສາຫາລືແລກປ່ຽນບົດຮຽນ ເພື່ອຍົກລະດັບວຽກງານດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ, ການບໍລິຫານເອກະສານທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ - ເດັກ ຢູ່ທີ່ຫ້ອງປະຊຸມໃຫ່ຍພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ບົວຄໍາ ສຸລິວັນ ຮັກສາການຫົວໜ້າຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ມີທີມງານມາຈາກກະຊວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 12 ຄົນ.
Read more: ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລົງຊຸກຍູ້ວຽກງານໃຫ້ ພຊສ ແຂວງຊຽງຂວາງ
ກອງປະຊຸມການລົງເກັບກໍາຂໍ້ມູນ ແລະ ປຶກສາຫາລື ການຂຶ້ນທະບຽນອອກໃບຕາດິນ ແລະ ການຄຸ້ມຄອງທີ່ດິນ ຢູ່ແຂວງຊຽງຂວາງ
ໃນວັນທີ 03 ເດືອນ ກຸມພາ 2020 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມການລົງເກັບກຳຂໍ້ມູນ ແລະ ປຶກສາຫາລື ການຂຶ້ນທະບຽນອອກໃບຕາດິນ ແລະ ການຄຸ້ມຄອງທີ່ດິນ ຢູ່ແຂວງຊຽງຂວາງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສີວອນ ບຸດດາຈັນ ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ, ທ່ານ ຄິດລາໄຊ ກ໋ອກມີລາ ຮອງຫົວໜ້າກົມທີ່ດິນ ແລະ ທ່ານ Oliver Haitzman ຫົວໜ້າທີມງານໂຄງກາານ KFW. ກອງປະຊຸມມີຜູ້ເຂົ້າຮ່ວມຈາກ ຫຊສ ເມືອງຄໍາ, ຫຊສ ເມືອງຄູນ, ຂະແໜງທີ່ດິນ ແລະ ຂະແໜງສິ່ງແວດລ້ອມ ພຊສ ແຂວງຊຽງຂວາງເຂົ້າຮ່ວມ ທັງໝົດ 38 ຄົນ, ຍິງ 5 ຄົນ.
ກອງປະຊຸມໃຫ່ຍຂອງຮາກຖານ 3 ອົງການຈັດຕັ້ງມະຫາຊົນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ
ໃນວັນທີ 13 ພະຈິກ 2019 ຮາກຖານ 3 ອົງການຈັດຕັ້ງມະຫາຊົນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມໃຫ່ຍຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີວອນ ບຸດດາຈັນ ຮອງເລຂາພັກຮາກຖານ ວ່າການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ພ້ອມດ້ວຍສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 98 ສະຫາຍ, ຍິງ 45 ສະຫາຍ.
Page 6 of 7