ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ​ຕິດ​ຕາມກວດ​ກາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ກອງປະຊຸມຝຶກອົບຮົມວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ

ໃນຄັ້ງວັນທີ 23 - 24 ພະຈິກ 2020 ຂະແໜງຊັບພະຍາກອນນໍ້າ -  ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຄູນ. ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ, ຍິງ 6 ຄົນ ທີ່ມາຈາກ ຫຊສ ເມືອງຄື: ຫຊສ ເມືອງແປກ, ຫຊສ ເມືອງພູກູດ, ຫຊສ ເມືອງຜາໄຊ, ຫຊສ ເມືອງຄູນ ແລະ ວິທະຍາກອນຈາກຂະແໜງຊັບພະຍາກອນນໍ້າ-ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

Read more: ກອງປະຊຸມຝຶກອົບຮົມວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ...

ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄປຖອດຖອນບົດຮຽນ ກ່ຽວກັບ ວຽກງານການທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ຢູ່ບ້ານສາມັກຄີໄຊ ( ບ້ານຈັດສັນຍົກຍ້າຍ ) ເມືອງຊຽງເງິນ ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 15 - 17 ຕຸລາ 2020 ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄດ້ສົມທົບກັບບໍລິສັດ ໄຟຟ້ານໍ້າງື່ມ 3 ພາວເວີ ຈຳກັດ ໄດ້ໄປຖອດຖອນບົດຮຽນ ກ່ຽວກັບ ວຽກງານການທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າຄານ 3 ບ້ານສາມັກຄີໄຊ ( ບ້ານຈັດສັນຍົກຍ້າຍ ) ເມືອງຊຽງເງິນ ແຂວງຫຼວງພະບາງ, ໂດຍໃຫ້ກຽດນຳພາທິມງານຂອງ ທ່ານ ບົວສອນ ສີນວນທອງ ຄະນະປະຈຳພັກແຂວງ ແລະ ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງໆຫຼວງພະບາງ, ບໍລິສັດ ເຂື່ອນໄໄຟ້ານໍ້າຄານ 3 ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລວມມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 5 ທ່ານ.

Read more: ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄປຖອດຖອນບົດຮຽນ ກ່ຽວກັບ...

ຂະບວນການອອກແຮງງານຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2020 ຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ-ອຸທົກກະສາດ ໄດ້ອອກແຮງງານລວມອະນາໄມຂອບເຂດສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020 ໂດຍການເຂົ້າຮ່ວມໂດຍ ທ່ານ ສອນເພັດ ລາພະທອງ ຮອງເລຂາພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ນຳພາທິມງານອອກແຮງງານໂດຍ ທ່ານ ວິໄລພອນ ມະນີວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມດ້ວຍອ້າຍນ້ອງສະມາຊິກພາຍໃນຂະແໜງລວມທັງໝົດ 11 ຄົນ,​ ຍິງ 4 ຄົນ.

Read more: ຂະບວນການອອກແຮງງານຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020

ພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 ຫາ 20 ກໍລະກົດ 2020 ) ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ

ໃນຕອນແລງຂອງວັນທີ 3 ສິງຫາ 2020 ເວລາ 13:30 ນາທີ ທີ່ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 ຫາ 20 ກໍລະກົດ 2020 ) ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໂດຍການເປັນປະທານ ຂອງທ່ານ ສີວອນ ບຸດດດາຈັນ, ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າພະແນກ ແລະ ທ່ານ ບົວສີ ພັນທະວົງ ຄະນະພະແນກ, ໂດຍມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ ພາຍໃນ ພຊສ ແຂວງ ພ້ອມດ້ວຍພະນັກງານທັງໝົດໃນທົ່ວ ພຊສ ແຂວງ ເຂົ້າຮ່ວມທັງໝົດ 67 ຄົນ, ຍິງ 33 ຄົນ.

Read more: ພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 ຫາ 20 ກໍລະກົດ...

ກົມຊັບພະຍາກອນນ້ຳ ມອບຄອມພິວເຕີ ໃຫ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ

ໃນ​ຕອນ​ບ່າຍ ເວ​ລາ 14:00 ນາ​ທີ ຂອງວັນ​ທີ 27 ພຶດ​ສະ​ພາ 2020 ກົມ​ຊັບ​ພະ​ຍາ​ກອນ​ນ້ຳ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໄດ້​ມອບ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳ​ນວນ 01 ຊຸດ ໃຫ້​ແກ່ ຂະ​ແໜງ​​ຊັບ​ພະ​ຍາ​ກອນ​ນ້ຳ ແລະ ອຸ​ຕຸ​ນິ​ຍົມ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ຊຽງ​ຂວາງ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ.

 

  1. ພິທີຕັ້ງເສົາ ກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງພູກູດ, ແຂວງຊຽງຂວາງ.
  2. ພຊສ ແຂວງຊຽງຂວາງ ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ລົງຕິດຕາມ, ກວດກາຄຸນະພາບນໍ້າທຳມະຊາດ ຂອງ 4 ເມືອງ ພາຍໃນ ພຊສ ແຂວງຊຽງຂວາງ.
  3. ກົມຊັບພະຍາກອນນໍ້າ ກຊສ ມອບອຸປະກອນໃໝ່ ສຳລັບວຽກງານຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ແກ່ ພຊສ ແຂວງຊຽງຂວາງ
  4. ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ

Page 4 of 7

  • 1
  • 2
  • 3
  • 4
  • ...
  • 6
  • 7
  • You are here:  
  • Home

Latest Articles

  • ກອງປະຊຸມຕິດຕາມຊຸກຍູ້ການກຳນົດຕຳແໜ່ງງານ ແລະ ການຈັດຕັ້ງປະຕິບັດພາລະບົດບາດໃໝ່ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ
  • ພິທີເປີດບ້ານສໍາຫຼວດວັດແທກ-ພິສູດຫຼັກຖານຂຶ້ນທະບຽນອອກໃບຕາດິນບ້ານເປັນລະບົບ ທີ່ບ້ານຍວນ ເມືອງແປກ ແຂວງຊຽງຂວາງ
  • ພິທີປິດການຝຶກອົບຮົມວຽກງານຂື້ນທະບຽນອອກໃບຕາດິນ ໃຫ້ໜ່ວຍງານຂື້້ນທະບຽນອອກໃບຕາດິນຢູ່ເມືອງແປກ ແຂວງ ຊຽງຂວາງ
  • ກອງປະຊຸມວິຊາການ ເພື່ອປຶກສາຫາລື, ປະກອບຄຳຄິດເຫັນທາງດ້ານຂໍ້ມູນໃສ່ຮ່າງບົດລາຍງານສະພາບສິ່ງແວດລ້ອມ ຂອງແຂວງຊຽງຂວາງ
  • ພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງພູກູດ ຕາມພາລະບົດບາດໃໝ່
079477
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
42
30
176
78947
790
1852
79477

Your IP: 3.239.4.127
2022-08-19 09:47
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2022 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ