ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຜົ້ງສາລີ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຫ້ອງການ ບໍລິຫານ, ແຜນການ ແລະ ການເງິນ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ເຊື່ອມໂຍງເວບໄຊ
  • ຕິດຕໍ່ພົວພັນ
  • WebMail
  • Facebook

ກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ຂອງໜ່ວຍພັກ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງປະຈໍາເດືອນ ສິງຫາ ແລະ ວາງທິດທາງແຜນການ ປະຈໍາເດືອນ ກັນຍາ ປີ 2021

ໃນຕອນເຊົ້າຂອງວັນທີ່ 24 ກໍລະກົດ 2021 ທີ່ຜ່ານມານີ້ໄດ້ຈັດໃຫ້ມີກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ຂອງໜ່ວຍພັກພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງປະຈໍາເດືອນ ສິງຫາ ແລະ ວາງທິດທາງແຜນການປະຈໍາເດືອນ ກັນຍາ ປີ 2021 ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາພັກແຂວງ,ທ່ານ ທອງ ອາລີ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໜ້າພະ ແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,ມີບັນດາທ່ານຕາງໜ້າຈາກກວດກາພັກແຂວງ, ຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ຕະຫຼອດ ຮອດພະນັກງານ-ວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

Read more: ກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ຂອງໜ່ວຍພັກ ພະແນກຊັບພະຍາກອນທໍາມະຊາດ ແລະ...

ການປະເມີນຜົນຂະບວນການເນື້ອໃນແຂ່ງຂັນ 5 ເປັນເຈົ້າສໍາລັບລວມໝູ່ ແລະ ປະເມີນຂອງສະມາຊີກກໍາມະບານ 5 ເປັນເຈົ້າ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ

 

ໃນວັນທີ່ 17 ສິງຫາ 2021 ທີ່ຜ່ານມານີ້ ກໍາມະບານຮາກຖານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດ ໃຫ້ມີກອງປະຊຸມ ການປະເມີນຜົນຂະບວນການເນື້ອໃນແຂ່ງຂັນ 5 ເປັນເຈົ້າສໍາລັບລວມໝູ່ ແລະ ປະເມີນຂອງ ສະມາ ຊີກກໍາມະບານ 5 ເປັນເຈົ້າຂອງ ພຊສ ໂດຍພາຍ ໃຕ້ການເປັນປະທານຂອງທ່ານ ທອງ ອາລີ ກໍາມະການພັກແຂວງ ເລຂາ ໜ່ວຍ ພັກຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ເຂົ້າຮ່ວມໃນຄັ້ງນີ້ມີຄະນະພະແນກ, ຫົວໜ້າ ຂະແໜງ, ປະທານກຳມະບານ, ຮອງ ປະທານ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊີກເຂົ້າຮ່ວມຢ່າງພ້ອມພຽງ.

Read more: ການປະເມີນຜົນຂະບວນການເນື້ອໃນແຂ່ງຂັນ 5 ເປັນເຈົ້າສໍາລັບລວມໝູ່ ແລະ ປະເມີນຂອງສະມາຊີກກໍາມະບານ 5...

ກອງປະຊຸມທາງໄກ ກ່ຽວກັບບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ໂຄງການຂຸດຄົ້ນຖານຫີນ ຢູ່ເຂດບ້ານສະໂນເກົ່າ ແລະ ບ້ານສະໜາມຢາງປາ ຂອງບໍລິສັດໄຊມີດີ ຂຸດຄົ້ນຖ່ານຫີນ ຈໍາກັດ.

     

    ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2021 ນີ້, ທາງກົມສີ່ງແວດລ້ອມ ກຊສ  ຮ່ວມກັບ ພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ບໍລິສັດໄຊມີດີ ຂຸດຄົ້ນຖ່ານຫີນ ຈໍາກັດ. ໄດ້ຈັດໃຫ້ມີກອງປະຊຸມຂັ້ນແຂວງ, ຂັ້ນສູນກາງ ເພື່ອຜ່ານຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ຂອງໂຄງການຂຸດຄົ້ນຖານຫີນ ຢູ່ເຂດບ້ານສະໂນເກົ່າ ແລະ ບ້ານສະໜາມຢາງປາ ເມືອງບູນໃຕ້, ແຂວງຜົ້ງສາລີ ໃນເນື້ອທີ 9,36 ກິໂລຕາແມັດ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ແລະ ທ່ານ ບົວຫົງ ຄໍາຫາ  ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ເດດ ຢັນຊະນະ ຮອງຫົວໜ້າ ພຊສຂ,  ມີທ່ານ ອ່ອນຄໍາ ອິນແສງ ເຈົ້າເມືອງ-ເມືອງ ບູນໃຕ້, ມີບັນດາທ່ານ ຕາງໜ້າ ແຕ່ລະພາກສວນທີ່ກ່ຽວຂ້ອງ ຂັ້ນແຂວງ, ເມືອງ ແລະ ສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.

Read more: ກອງປະຊຸມທາງໄກ ກ່ຽວກັບບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ໂຄງການຂຸດຄົ້ນຖານຫີນ...

ພິທີມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເມືອງສໍາພັນ ແຂວງ ຜົ້ງສາລີ.

ໃນຕອນເຊົ້າຂອງວັນທີ່ 9 ກໍລະກົດ 2021 ນີ້ ເຈົ້າຂອງໂຄງການ ແລະ ຄະນະຮັບຜິດຊອບກວດກາໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ ໄດ້ລົງກວດກາຜົນສໍາເລັດຂອງແຕ່ລະໜ້າວຽກ ແລະ ໄດ້ຈັດພິທີມອບ-ຮັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ ຂຶ້ນຢ່າງເປັນທາງການ ນະທີ່ຫ້ອງປະຊຸມ ຂອງ ຫ້ອງການ ຊສມ ສໍາພັນ ຫຼັງໃໝ່ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຍືນ ສານວິໄລ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໃຫ້ກຽດເຂົ້າຮ່ວມ ໂດຍການເປັນປະທານຮ່ວມຂອງ ທ່ານ ເດດ ຢັນຊະນະ ຮອງຫົວ ໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ (ເຈົ້າຂອງໂຄງການ ), ມີທ່ານ ຫົງທອງ ສີລິພົງ ຫົວໜ້າຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ, ພ້ອມດ້ວຍບໍລິສັດ ແສງແກ້ວ ກໍ່ສ້າງ ສ້ອມແປງເຄຫະສະຖານ ແລະ ຂົວທາງ, ມີບັນດາຮອງ ຫົວໜ້າ ຫ້ອງການ​, ຕ່າງໜ້າຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການເງິນແຂວງ, ພະແນກແຜນການ ແລະ ຫ້ອງວ່າການແຂວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງຕະຫຼອດຮອດວິຊາການພາຍໃນຫ້ອງ ການເຂົ້າຮ່ວມຢ່າງພ້ອມ ພຽງ.

Read more: ພິທີມອບ-ຮັບໂຄງການກໍ່ສ້າງ ຫ້ອງການ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເມືອງສໍາພັນ ແຂວງ ຜົ້ງສາລີ.

ພິທີ ມອບ-ຮັບສັດລ້ຽງ ປະເພດງົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ,ນ້ຳອູ7

   ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2021 ທີ່ຜ່ານມານີ້, ນຳທີມໂດຍທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ຫົວໜ້າໜ່ວຍງານ RMU ຂັ້ນແຂວງ ສົມທົບກັບ ບໍລິສັດເຂື່ອນໄຟຟ້ານ້ຳຕົກ, ນ້ຳອູ7 ໄດ້ຈັດໃຫ້ມີ ພິທີ ມອບ-ຮັບ ສັດລ້ຽງປະເພດ (ງົວ) ໃຫ້ແກ່ປະຊາຊົນ 3 ບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ນ້ຳອູ7 ຊຸດທີI ຢູ່ທີສະໂມສອນຂອງ ບ້ານ ຈະເລີນ ທີຂຶ້ນກັບກຸ່ມຫາດຫີນ ເມືອງ ແລະ ແຂວງຜົ້ງສາລີ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງຜົ້ງສາລີ,​ ມີບັນດາຕາງໜ້າບໍລິສັດເຂື່ອນໄຟຟ້ານ້ຳຕົກນ້ຳອູ7, ມີຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາເລຂາພັກນາຍບ້ານ 3 ບ້ານ ພ້ອມດ້ວຍວິຊາການຂັ້ນແຂວງ,ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

Read more: ພິທີ ມອບ-ຮັບສັດລ້ຽງ ປະເພດງົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ,ນ້ຳອູ7

  1. ຜົນສຳເລັດ ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ( ວັນທີ 5 ມີຖຸນາ 2021 ຢູ່ແຂວງຜົ້ງສາລີ )
  2. ການລົງຕິດຕາມກວດກາສິ່ງແວດລ້ອມໂຄງການ ເຂື່ອນໄຟຟ້ານໍ້າອູ 7
  3. ສໍາເລັດພິທີມອບ - ຮັບ ເຄືອງອຸປະກອນໄອທີ ລະຫວ່າງ ພຊສຂ ແລະ ກົມອຸຕຸນິຍົມ ແລະ ອຸທົກກະທົກກະສາດ
  4. ກອງປະຊຸມປຶກສາຫາລືລົງຊຸກຍູ້ວຽກງານຄຸ້ມຄອງສິ່ງແວດລ້ອມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຢູ່ເມືອງຍອດອູ

Page 2 of 6

  • 1
  • 2
  • 3
  • 4
  • ...
  • 6
  • You are here:  
  • Home

Latest Articles

  • ກົມກວດກາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ພຊສ ແຂວງຜົ້ງສາລີ
  • ກອງປະຊຸມສໍາພາດເລືອກເອົາພະນັກງານສັນຍາໂຄງການຂຶ້ນທະບຽນອອກໃບຕາດິນ ຜ່ານລະບົບອອນລາຍ
  • ປະກາດຮອງຫົວໜ້າພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສີງແວດລ້ວມ ແຂວງ ຜົ້ງສາລີ
  • ພິທີມອບ-ຮັບອຸປະກອນສິ່ງອໍານວຍຄວາມສະດວກໃຫ້ແກ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ
  • ປະກາດຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ.
040130
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
19
19
145
39785
493
1354
40130

Your IP: 3.239.4.127
2022-08-19 09:02
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2022 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຜົ້ງສາລີ