ກອງປະຊຸມວິທະຍາສາດ
ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2022 ທີ່ຫ້ອງປະຊຸມຂອງ ກອງເລຂາ ຄມຊ ໜ່ວຍແມ່ຍິງ ຂອງ ກອງເລຂາ ຄມຊ ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ໄດ້ຈັດກອງປະຊຸມວິທະຍາສາດຂຶ້ນ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສີວັນນະກອນ ມະລີວັນ, ຮອງຫົວໜ້າກອງເລຂາ ຄມຊ ໃນນາມຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ເຊິ່ງມີພະນັກງານເຂົ້າຮ່ວມທັງໝົດ 20 ຄົນ.
ສະຖານີ ຕິດຕາມລະດັບນໍ້າ ທີ່ຕັ້ງຢູ່ເທິງສຸດ ຂອງ ອ່າງແມ່ນໍ້າຂອງຕອນລຸ່ມ
ໃນວັນທີ 31 ມີນາ 2022, ທີ່ເມືອງລອງ, ແຂວງຫຼວງນໍ້າທາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນາມຄະນະກຳມະການແມ່ນໍ້າຂອງແຫ່ງຊາດ (ຄມຊ) ຮ່ວມກັບ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ເປີດສະຖານີ ຕິດຕາມລະດັບນໍ້າທີ່ຕັ້ງຢູ່ເທິງສຸດ ຂອງອ່າງແມ່ນໍ້າຂອງຕອນລຸ່ມ. ສະຖານີດັ່ງກ່າວແມ່ນ ສ່ວນໜື່ງຂອງແຜນດຳເນີນງານຂອງ ຄມສ ເພື່ອຫຼຸດຜ່ອນຄວາມສ່ຽງຂອງປະຊາຊົນ ຈຳນວນຫຼາຍລ້ານຄົນທີ່ອາໄສ ແລະ ດຳລົງລົງຊີວິດຢູ່ຕອນລຸ່ມຂອງອ່າງແມ່ນໍ້າຂອງ ຕໍ່ກັບສະພາບການປ່ຽນແປງປະລິມານນໍ້າຢ່າງກະທັນຫັນ ແລະ ເຫດການໄພພິບັດທາງທຳມະຊາດ ທີ່ຄາດບໍ່ເຖິງເປັນປະຈຳ.
Read more: ສະຖານີ ຕິດຕາມລະດັບນໍ້າ ທີ່ຕັ້ງຢູ່ເທິງສຸດ ຂອງ ອ່າງແມ່ນໍ້າຂອງຕອນລຸ່ມ